ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງການ​ຫຼັງ​ໃໝ່ ກອງພັນ 227 ກອງ​ພົນ​ທີ 4 ກໍ່ສ້າງສຳເລັດ​ 90%

     ໃນ​ວັນ​ທີ 22 ທັນວາ 2023, ຄະນະ​ພັກ-ຄະນະ​ບັນຊາ ​ກອງພັນ 227 ກອງ​ພົນ​ທີ 4 ໄດ້​ນຳພາ-ຊີ້​ນຳພະນັກງານ-ນັກຮົບພາຍ
ໃນ​ກົມ​ກອງ ສຸມ​ໃສ່​ການ​ກໍ່ສ້າງ​ຫ້ອງການ​ຫຼັງ​ໃໝ່ດ້ວຍ​ການ​ເທ​ພື້ນ​​ໃຫ້​ໄດ້​ຮັບ​ມາດຕະຖານ ຕາມ​ຂໍ້​ກຳນົດ 5 ມາດຖານ ​ໃນ​ການ​ປັບປຸງ
​ກໍ່ສ້າງ​ກົມ​ກອງ​ໃຫ້​ແໜ້ນໜາ​ຖາວອນ ຕາມ​ທິດ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ວາງ​ອອກ.

     ສະຫາຍ ພັນ​ຕີ ບຸນ​ທະວີ ພິມ​ມະ​ສອນ ຮອງ​ຫົວໜ້າ​ການເມືອງ ​ກອງພັນ 227 ໃຫ້​ຮູ້​ວ່າ: ການ​ເທ​ພື້ນ​ຫ້ອງການ​ໃນ​ຄັ້ງ​ນີ້​​ໄດ້​ໃຊ້​
ກຳລັງ​ແຮງ​ງານ​ຂອງ​ພະນັກງານ-ນັກຮົບໃນ​ກົມ​ກອງ ຈຳນວນ 87 ສະຫາຍ, ຍິງ 13 ສະຫາຍ ສາມາດ​ເທ​ພື້ນ​ສຳເລັດ​ຕາມ​ຄາດໝາຍ.
ສຳລັບ​ຫ້ອງການ​ຫຼັງ​ໃໝ່​ ກອງພັນ 227 ໄດ້​ເລີ່ມ​ລົງມື​ກໍ່ສ້າງ​ນັບ​ຕັ້ງແຕ່​ຕົ້ນ​ເດືອນ​ທັນວາ 2022 ມາ​ຮອດ​ປັດຈຸບັນ​ ສຳເລັດ​ 90%, ມີ​
ຂະໜາດ 12X40 ແມັດ, ກໍ່​ດ້ວຍ​ດິນ​ບ໋ອກ, ໂຄງ​ຫຼັງຄາ​ເຮັດ​ດ້ວຍ​ໄມ້, ມຸງ​ດ້ວຍ​ກະເບື້ອງ; ສ່ວນ​ທຶນຮອນ​ໃນ​ການ​ກໍ່ສ້າງ​​ໄດ້​ມາ​ຈາກ
​ການ​ປະກອບສ່ວນ​ຂອງບັນດາ​ບໍລິສັດ, ນັກທຸລະກິດ, ບຸກຄົນ ແລະ ການ​ປະ ກອບສ່ວນ​ຈາກ​ພະນັກງານ-ນັກຮົບພາຍ​ໃນ​ກົມ​ກອງ;
ກະເບື້ອງ​ມຸງ​ຫຼັງຄາ ​ແມ່ນ​ກອງ​ພົນ​ທີ 4 ປະກອບສ່ວນ ຈຳນວນ 940 ແຜ່ນ ລວມ​ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ 196 ລ້ານ​ກີບ; ຄາດຄະ
ເນ​ວ່າ​ຈະ​ໃຫ້​ສຳເລັດ 100% ໃນ​ກາງ​ປີ 2024.

ແຫຼ່ງທີ່ມາ: ພອນ​ເທບ ຈອມ​ມະນີ​ວັນ
ວັນທີ 29/12/2023